ປະກາດຫາຄູ່ຮ່ວມທຸລະກິດເພື່ອຕັ້ງແຖວໃຫມ່
(ຜູ້ທີ່ສົນໃຈໃນທຸລະກິດ AI & AI Automation)
I. ຄຸນສົມບັດທີ່ຕ້ອງມີ
1. ເປັນຜູ້ມີຄວາມຮູ້ ແລະ ປະສົບການໃນສາຍງານໄອທີ
2. ມີຄວາມສົນໃຈ ແລະ ໄຝ່ຝັນຢ່າງແຮງກ້າທີ່ຈະເປັນຜູ້ປະກອບການ ແລະ ພ້ອມຮັບຄວາມສ່ຽງທີ່ຈະລົ້ມເຫຼວ
3. ມີແນວຄວາມຄິດ, ວິໄສທັດ ແລະ ຄວາມຕັ້ງໃຈໄປໃນທິດທາງດຽວກັນເພື່ອລິເລີ່ມສິ່ງໃຫມ່
4. ມີຄວາມເສຍສະຫຼະ, ທຸ່ມເທ ແລະ ຍຶດໝັ້ນໃນເປົ້າໝາຍ (ບໍ່ມີພາລະທາງໃຈ, ສ່ວນຕົວ,ຄອບຄົວ ແລະ ອື່ນໆ)
5. ເປັນຄົນທີ່ມີຄວາມຊື່ສັດ, ທ່ຽງຕົງ, ບໍ່ໃຊ້ອາລົມເໜືອເຫດຜົນ ແລະ ມີພາວະຄວາມເປັນຜູ້ນຳສູງ
6. ເປັນຄົນທີ່ມັກ ແລະ ຫຼົງໄຫຼໃນການຮຽນຮູ້ ແລະ ພັດທະນາກັບເທັກໂນໂລຊີໃຫມ່ໆຢູ່ຕະຫຼອດເວລາ
7. ມີຄວາມສາມາດໃນການເຮັດວຽກໄດ້ຫຼາຍຊົ່ວໂມງຕໍ່ມື້ ແລະ ເປັນເວລາດົນນານ (24/7)
II. ສິ່ງທີ່ຈະໄດ້ຮັບການສະໜັບສະໜຸນຊ່ວງໄລຍະເລີ່ມທຸລະກິດ
1. ເງິນທືນໃນການເຂົ້າເຖິງ Platform ຕ່າງໆເພື່ອການຮຽນຮູ້ ແລະ ທົດລອງ
2. ເງິນເດືອນໃນຊ່ວງທີ່ ບໍລິສັດ ຍັງບໍ່ມິລາຍໄດ້ຕະຫຼອດໄລຍະ 1-2 ປີ (10-20 ລ້ານກີບ/ເດືອນ)
3. ເງິນທືນໃນການເຮັດການຕະຫຼາດ ແລະ Support ອື່ນໆ
4. ໄດ້ຮັບຄຳແນະນຳ ແລະ ປຶກສາຢ່າງໃກ້ຊິດກັບຜູ້ມີປະສົບການໃນການເຮັດທຸລະກິດມາກ່ອນ
5. ການສະໜັບສະໜູນ (Support) ອື່ນໆ
ຜູ້ທີ່ສົນໃຈສາມາດສົ່ງ CV ແລະ Cover Letter ມາຍັງຊ່ອງທາງຕິດຕໍ່ລຸ່ມນີ້;
Email:
SW50ZWwgISB4NzcyIHwgZ21haWwgISBjb20=
Tel/WhatsApp: 020 95 685 805
Also check out other Business events in Vientiane.